ສາຍດ່ວນ 24 ຊົ່ວໂມງ +856 020 55 197 829; 020 56 532 296
Move Forward ISO 9001 · ISO 45001 | hq@edlgenom.com.la
EDL-Gen O&M
ຄຸ້ມຄອງຜະລິດ ແລະ ບຳລຸງຮັກສາ
ໜ້າຫຼັກ › ຂ່າວສານ › ຂ່າວ

ພິທີເຊັນສັນຍາຮ່ວມຮຸ້ນ ລະຫວ່າງ ບໍລິສັດ EDL-GEN O&M ແລະ ບໍລິສັດ ESCO (ປະເທດໄທ)

12/06/2026

ຂ່າວ · 12/06/2026
ພິທີເຊັນສັນຍາຮ່ວມຮຸ້ນ ລະຫວ່າງ ບໍລິສັດ EDL-GEN O&M ແລະ ບໍລິສັດ ESCO (ປະເທດໄທ)

ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-Gen O&M) ໂດຍ ທ່ານ ພູມມີ ເນຕີບັນດິດ ຜູ້ອຳນວຍການໃຫຍ່ (CEO) ແລະ ບໍລິສັດ EGCO Engineering & Service Company Limited (ESCO) ໂດຍ ທ່ານ ສາທິດ ຖະໜອມກຸນ ກໍາມະການຜູ້ຈັດການໃຫຍ່ (MD) ທັງສອງ ຝ່າຍໄດ້ເຊັນສັນຍາຮ່ວມຮຸ້ນ (Shareholder Agreement) ໃນການຮ່ວມມືກັນສ້າງຕັ້ງບໍລິສັດ E&E Engineering and Service Co.,Ltd ຈຸດປະສົງ ແມ່ນການບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ (O&M) ຂອງ ເຂື່ອນໄຟຟ້ານໍ້າເທີນ 1 ກຳລັງຕິດຕັ້ງ 650 MW, ລວມທັງເຂື່ອນໄຟຟ້າ IPPs ອື່ນໆ ແລະ ໂຮງງານອຸດສະຫະກຳ ໃນ ສປປ ລາວ. ໃນພິທີດັ່ງກ່າວ ຍັງໄດ້ຮັບກຽດເຂົ້າຮ່ວມ ຈາກ Mr. Niwat Adirek, Senior Executive Vice President – CLMVT Electricity Generating Public Company Limited ແລະ ທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອຳນວຍການໃຫຍ່ (CEO) ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen). ພິທີເຊັນສັນຍາດັ່ງກ່າວ ໄດ້ຈັດຂື້ນ ໃນວັນທີ 8 ສິງຫາ 2018 ທີ່ ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫລວງພະບາງ.

← ຂ່າວທັງໝົດ
Webmail ກວດອີເມວພະນັກງານ