ສາຍດ່ວນ 24 ຊົ່ວໂມງ +856 020 55 197 829; 020 56 532 296
Move Forward ISO 9001 · ISO 45001 | hq@edlgenom.com.la
EDL-Gen O&M
ຄຸ້ມຄອງຜະລິດ ແລະ ບຳລຸງຮັກສາ
ໜ້າຫຼັກ › ຂ່າວສານ › ຂ່າວ

ພິທີເຊັນສັນຍາ ການບໍລິການວຽກຄຸ້ມຄອງການຜະລິດ & ບຳລຸງຮັກສາ (O&M) ຂອງ ເຂື່ອນໄຟຟ້ານໍ້າລີກ 1 (65 MW)

01/08/2026

ຂ່າວ · 01/08/2026
ພິທີເຊັນສັນຍາ ການບໍລິການວຽກຄຸ້ມຄອງການຜະລິດ & ບຳລຸງຮັກສາ (O&M) ຂອງ ເຂື່ອນໄຟຟ້ານໍ້າລີກ 1 (65 MW)

(ທາງຊ້າຍ) ທ່ານ ໄຊ ໄຊເສດຖາ ຜູ້ອຳນວຍການໃຫຍ່ (CEO) ບໍລິສັດ EDL-Gen O&M ແລະ ທ່ານ ສີວິໄລ ມະນີສີ ຜູ້ອຳນວຍການ ບໍລິສັດ ໄຟຟ້ານໍ້າລີກ 1 ຈຳກັດ (NL1PC) ລົງນາມ ໃນພິທີເຊັນສັນຍາ O&M.

ວັນທີ 15 ກຸມພາ 2024, ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແລະ ບໍລິສັດ ໄຟຟ້າ ນໍ້າລີກ 1 ຈຳກັດ (NL1PC) ໄດ້ເຊັນສັນຍາ ກ່ຽວກັບ ການບໍລິການເດີນເຄື່ອງ ແລະ ບຳລຸງຮັກສາ ຂອງ ເຂື່ອນໄຟຟ້ານໍ້າລີກ 1 (65 MW).

ໃນພິທີດັ່ງກ່າວ, ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ–ໄຟຟ້າລາວ ມະຫາາຊົນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ໃນພິທີເຊັນສັນຍາດັ່ງກ່າວ ທີ່ ຕຶກ ອາຄານ ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງ ວຽງຈັນ.

ສັນຍາ O&M ທີ່ລົງນາມ ສະບັບນີ້ ມີຜົນບັງຄັບໃຊ້ ເລີ່ມແຕ່ວັນທີ 16 ກຸມພາ 2024 ຫາ ວັນທີ 15 ກຸມພາ 2027 (ອາຍຸສັນຍາ 03 ປີ). ເນື່ອງຈາກ ບໍລິສັດ ໄຟຟ້າ ນໍ້າລີກ 1 ຈຳກັດ ພິຈາລະນາ ແລ້ວເຫັນວ່າ EDL-GEN O&M ເປັນບໍລິສັດທີ່ມີຄວາມ ພ້ອມ ທາງດ້ານວິຊາການ ທີ່ມີຄວາມຮູ້–ຄວາມສາມາດ, ມີທັກສະ ແລະ ປະສົບການ ສາມາດເຮັດວຽກການໃຫ້ບໍລິການ O&M ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງຈະເປັນການສ້າງຜົນປະໂຫຍດອັນດີ ທັ້ງ 2 ບໍລິສັດ, ໂດຍຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ–ສັງຄົມ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນ ສອດສ່ອງກັບ ວິໄສທັດ ຂອງ ບໍລິສັດ ຜະລິດ–ໄຟຟ້າລາວ ມະຫາຊົນ ກ່ຽວກັບ ການຜະລິດພະລັງານໄຟຟ້າ ພະລັງງານນໍ້າ ໃຫ້ມີຄວາມໜັ້ນຄົງ ແລະ ຄວາມຍືນຍົງຕະຫລອດໄປ.

← ຂ່າວທັງໝົດ
Webmail ກວດອີເມວພະນັກງານ