ສາຍດ່ວນ 24 ຊົ່ວໂມງ +856 020 55 197 829; 020 56 532 296
Move Forward ISO 9001 · ISO 45001 | hq@edlgenom.com.la
EDL-Gen O&M
ຄຸ້ມຄອງຜະລິດ ແລະ ບຳລຸງຮັກສາ
ໜ້າຫຼັກ › ກ່ຽວກັບເຮົາ

ກ່ຽວກັບເຮົາ

ເປົ້າໝາຍຂອງພວກເຮົາແມ່ນເພື່ອເປັນບໍລິສັດຊັ້ນນໍາທີ່ໃຫ້ບໍລິການດ້ານການຄຸ້ມຄອງການຜະລິດ ແລະ ບໍາລຸງຮັກສາ (O&M) ໃຫ້ແກ່ ເຂື່ອນໄຟຟ້າພະລັງງານນໍ້າ ໂຄງການ IPP ໃນ ສປປ ລາວ.

ວິໄສທັດ ແລະ ພາລະກິດ

ວິໄສທັດ

 
  • ເປັນບໍລິສັດຊັ້ນນຳ ໃນ ສປປ ລາວ ແລະ ພູມີພາກ ທີ່ໃຫ້ບໍລິການດ້ານການຄຸ້ມຄອງການຜະລິດ, ບຳລຸງຮັກສາ (O&M) ແລະ ສະໜອງວິສະວະກຳເຕັກໂນໂລຊີເຂື່ອນໄຟຟ້າ ຢ່າງຮອບດ້ານ ດ້ວຍມາດຕະຖານສາກົນ ຕາມທິດທາງສີຂຽວ ແລະ ຍືນຍົງ. 



 

ພາລະກິດ

 
  • ດ້ານການບໍລິການ ແລະ ຄຸນນະພາບ: ມຸ່ງໝັ້ນໃຫ້ບໍລິການຄຸ້ມຄອງການຜະລິດ, ບຳ ລຸງຮັກສາ (O&M) ແລະ ບໍລິການຕາມສັນຍາ PSA ແກ່ໂຮງໄຟຟ້າຂອງບໍລິສັດແມ່ (EDL-Gen) ແລະ ໂຄງການ IPPs ຕ່າງໆ ໃຫ້ດຳເນີນງານໄດ້ຢ່າງເຕັມປະສິດທິ ພາບ, ໝັ້ນຄົງ ແລະ ປອດໄພ. 
  • ດ້ານການສະໜອງອຸປະກອນ ແລະ ງານສ້ອມແປງ: ເປັນສູນກາງໃນການບໍລິການສ້ອມແປງ, ປ່ຽນຖ່າຍ ແລະ ສະໜອງອຸປະກອນ-ອາໄຫຼ່ ດ້ານວິສະວະກຳພະລັງງານ ທີ່ມີຄຸນນະພາບສູງ ດ້ວຍລາຄາທີ່ສົມເຫດສົມຜົນ ແລະ ວ່ອງໄວ. 
  • ດ້ານການສ້າງມູນຄ່າເພີ່ມທາງການຄ້າ: ດຳເນີນທຸລະກິດໃນຮູບແບບການຄ້າທີ່ທັນສະໄໝ, ສ້າງມູນຄ່າເພີ່ມ ແລະ ຜົນຕອບແທນທີ່ຍືນຍົງໃຫ້ແກ່ຜູ້ຖືຮຸ້ນ ແລະ ລູກຄ້າ ໂດຍນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ. 
  • ດ້ານການພັດທະນາບຸກຄະລາກອນ: ພັດທະນາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດຂອງວິຊາການ ໃຫ້ເປັນຊ່ຽວຊານສະເພາະດ້ານ ລະດັບມືອາຊີບ ເພື່ອຮອງຮັບການເຕີບໂຕຂອງທຸລະກິດພະລັງງານສະອາດ. 



 

Webmail ກວດອີເມວພະນັກງານ